ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໜ້າທີ່ ຫົວໜ້າກົມສູ້ຮົບ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່


    ວັນທີ 28 ພຶດສະພາ 2024 ນີ້, ຢູ່ທີ່ຫ້ອງປະຊຸມກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບໄດ້ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນ
ຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ( ຜູ້ເກົ່າ ) ແລະ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ ( ຜູ້ໃໝ່ )
ໂດຍການເຂົ້າຮ່ວມເປັນປະທານແລະສັກຂິພະຍານ ຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ
ຮອງໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ຫ້ອງການ, ແຂກຖືກເຊີນ, ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ( ຜູ້ເກົ່າ ) ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ໃນການນໍາພາ-ຊີ້ນໍາບັນດາໜ້າ
ວຽກທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄລຍະ
ຜ່ານມາເປັນເຈົ້າການຈັດຕັ້ງປະຕິບັດສຶກສາອົບຮົມວຽກງານການເມືອງ-ແນວຄິດ, ໃຫ້ພະນັກງານ-ນັກຮົບ, ສອດຫ້ອຍເຂົ້າໃນທຸກຂົງເຂດ
ວຽກງານດ້ວຍຫຼາຍຮູບການຫຼາຍລະດັບແຕກຕ່າງກັນເຂົ້າໃນແຕ່ລະເປົ້າໝາຍຖັນແຖວພະນັກງານ-ນັກຮົບ, ໂດຍໄດ້ນໍາເອົາມະຕິ, ຄຳສັ່ງ,
ຂໍ້ກຳນົດກົດລະບຽບຂອງກອງທັບ, ກົດໝາຍຂອງພັກ-ລັດ, ກໍ່ຄືເອກະສານຕ່າງໆທີ່ມີການພົວພັນເຖິງຂົງເຂດຄວາມຮັບຜິດຊອບ ແລະ
ເປັນບ່ອນອີງອັນແໜ້ນແກ່ນໃຫ້ແກ່ການຈັດຕັ້ງຄົ້ນຄວ້າແຜນງານ, ເຊື່ອມຊຶມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ປັບປຸງລະບຽບການແລະແບບແຜນ
ວິທີເຮັດວຽກ ໃນການຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບທົ່ວປະເທດ, ປັບປຸງເນື້ອໃນ
ນິຕິກໍາຕ່າງໆກ່ຽວກັບວຽກງານແຜນຍຸດທະສາດ, ບັນດາໂຄງການພັດທະນາລຽບຕາມຊາຍແດນ, ໂຄງການກຸ່ມບ້ານພັດທະນາ, ຊີ້ນໍາບັນດາ
ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ປ້ອງກັນທີ່ຕັ້ງສໍານັກງານອົງການ, ກອງປະຊຸມໃຫຍ່ຕ່າງໆ, ງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ,
ຂອງພັກ, ຂອງກອງທັບແຂກພາຍໃນແລະຕ່າງປະເທດ.

     ຈາກນັ້ນກໍ່ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ( ຜູ້ເກົ່າ )
ແລະ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ ( ຜູ້ໃໝ່ ). ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍໄດ້ໃຫ້ກຽດ
ໂອ້ລົມຕໍ່ການມອບ-ຮັບໜ້າທີ່ ເຊິ່ງເປັນກົດເກນພາວະວິໄສ ແລະ ກໍແມ່ນການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງປ້ອງ
ກັນປະເທດ ທີ່ມີຕໍ່ພະນັກງານ-ນາຍທະຫານຂັ້ນສູງເມື່ອຮອດເວລາອາຍຸກະສຽນກໍຕ້ອງໄດ້ພັກຜ່ອນເຂົ້າຮັບການອຸດໜູນບໍານານ ຕາມກົດ
ໝາຍຂອງນາຍທະຫານກອງທັບປະຊາຊົນລາວ ແລະ ໄດ້ຕີລາຄາສູງສະແດງຄວາມຍ້ອງຊົມເຊີຍຕໍ່ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍ
ຄໍາ ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຈົນເຮັດສໍາເລັດໜ້າທີ່,
ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຊີດຊູ, ຍົກສູງພາລະບົດບາດການນໍາພາ-ຊີ້ນໍາຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍ, ເປັນແບບຢ່າງ
ໃຫ້ພະນັກງານຂັ້ນລຸ່ມຢ່າງຮອບດ້ານ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານໃຫ້ໜັກແໜ້ນ ແລະ
ເຂັ້ມແຂງເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ເປັນເຈົ້າການນໍາພາ-ຊີ້ນໍາໃຫ້ແທດເຖິງຕົວຈິງ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງ
ພັກ, ເຮັດວຽກຢ່າງມີຫຼັກການວິທະຍາສາດມີແບບແຜນ ແລະ ທັນສະໄໝ, ເພື່ອພ້ອມເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງ
ມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ເກດຕະວັນ
ວັນທີ 30/05/2024